← ສູນຊ່ວຍເຫຼືອ

🚚 ອໍເດີ & ການຈັດສົ່ງ

ຂາຍໜ້າຮ້ານ (POS) ແລະ ພິມໃບບິນ

ໜ້າຈໍແຄັດເຊຍ: ສະແກນບາໂຄດ, ຮັບເງິນສົດ/QR, ເງິນທອນ, ໃບບິນ ແລະ ສະຫຼຸບມື້ — ແພັກເກັດ Pro

ຂາຍໜ້າຮ້ານ ແລະ ຂາຍອອນລາຍໃນລະບົບດຽວ: ສະຕັອກດຽວກັນ (ຂາຍໜ້າຮ້ານແລ້ວ ເວັບຕັດທັນທີ), ລູກຄ້າທີ່ໃສ່ເບີໄປຢູ່ໃນລາຍຊື່ລູກຄ້າ, ຍອດຂາຍລວມໃນສະຖິຕິ.

  1. 1ເມນູ ຂາຍໜ້າຮ້ານ → ກົດສິນຄ້າ ຫຼື ສະແກນບາໂຄດ (ເຄື່ອງສະແກນ USB ສະແກນໄດ້ເລີຍ ບໍ່ຕ້ອງກົດຊ່ອງຄົ້ນຫາ)
  2. 2ປັບຈຳນວນ, ໃສ່ສ່ວນຫຼຸດ (₭ ຫຼື %) ແລະ ເບີລູກຄ້າ (ບໍ່ບັງຄັບ)
  3. 3ກົດ “ຮັບເງິນ” → ເງິນສົດ: ໃສ່ເງິນທີ່ຮັບ ລະບົບຄິດເງິນທອນ; QR: ໃຫ້ລູກຄ້າສະແກນ QR ທີ່ຂຶ້ນຍອດເອງ ກວດວ່າເງິນເຂົ້າແລ້ວຈຶ່ງຢືນຢັນ
  4. 4ກົດ “ພິມໃບບິນ” (ຫຼື ເປີດ ພິມອັດຕະໂນມັດ ໃນ ຕັ້ງຄ່າ → ໃບບິນ POS)
  • ບາໂຄດ: ໃສ່ໃນຟອມສິນຄ້າ ແຕ່ລະຕົວເລືອກ (ສະແກນໃສ່ຊ່ອງໄດ້) — ບໍ່ມີບາໂຄດ ສະແກນ/ພິມ SKU ກໍໄດ້
  • ເຄື່ອງພິມບິນ 58/80 ມມ ທີ່ຕໍ່ກັບຄອມ/ແທັບເລັດ: ພິມເທື່ອທຳອິດ ເລືອກເຈ້ຍໃຫ້ກົງ ແລະ ປິດ “Headers and footers”
  • ເຄື່ອງພິມ Bluetooth: ໜ້າຂາຍໜ້າຮ້ານ ກົດ “🖨 ເຄື່ອງພິມ” → ເຊື່ອມເຄື່ອງພິມ → ທົດສອບພິມ (ຄອມ/Android ໃຊ້ Chrome ຫຼື Edge; iPhone ໃຊ້ແອັບ Bluefy) — ຕັ້ງແລ້ວ ກົດພິມໃບບິນອອກທາງ Bluetooth ເລີຍ
  • ສະຫຼຸບມື້ນີ້: ຍອດເງິນສົດທີ່ຄວນມີໃນລິ້ນຊັກ, ຍອດໂອນ, ສິນຄ້າຂາຍດີ ແລະ ທຸກບິນ — ພິມໄດ້
  • ລູກຄ້າເອົາເຄື່ອງມາຄືນ: ເປີດບິນໃນໜ້າອໍເດີ້ → “ລູກຄ້າສົ່ງຄືນ” (ສະຕັອກຄືນ) ຫຼື “ຄືນເງິນ”
  • ໃຫ້ພະນັກງານຂາຍໜ້າຮ້ານ: ພະນັກງານ & ສິດ → ຕິກ “ຂາຍໜ້າຮ້ານ (POS)”

💡 ໃບບິນມີ QR ລິ້ງຮ້ານ — ລູກຄ້າໜ້າຮ້ານສະແກນແລ້ວກັບມາສັ່ງອອນລາຍໄດ້

ບົດຄວາມທີ່ກ່ຽວຂ້ອງ

ຂາຍໜ້າຮ້ານ (POS) ແລະ ພິມໃບບິນ · ສູນຊ່ວຍເຫຼືອ HarnOnline