ນະໂຍບາຍຄວາມເປັນສ່ວນຕົວ

ປັບປຸງລ່າສຸດ: 14/10/2026

HarnOnline ໃຫ້ຄວາມສຳຄັນກັບຂໍ້ມູນສ່ວນຕົວຂອງເຈົ້າຂອງຮ້ານ ແລະ ລູກຄ້າທຸກຄົນ. ໜ້ານີ້ອະທິບາຍວ່າເຮົາເກັບຂໍ້ມູນຫຍັງ, ໃຊ້ເພື່ອຫຍັງ ແລະ ທ່ານມີສິດຫຍັງແດ່.

1. ຂອບເຂດ

ນະໂຍບາຍນີ້ໃຊ້ກັບເວັບ harnonline.com, ໜ້າຮ້ານທຸກຮ້ານທີ່ສ້າງດ້ວຍ HarnOnline (ລວມທັງ ຊື່ຮ້ານ.harnonline.com ແລະ ໂດເມນຂອງຮ້ານ) ແລະ ຫຼັງບ້ານຮ້ານຄ້າ. HarnOnline ເປັນແພລດຟອມໃຫ້ຮ້ານຄ້າຂາຍອອນລາຍ — ແຕ່ລະຮ້ານເປັນຜູ້ຂາຍ ແລະ ເປັນຜູ້ຮັບຜິດຊອບຂໍ້ມູນລູກຄ້າທີ່ສັ່ງຊື້ຈາກຮ້ານຂອງຕົນ.

2. ຂໍ້ມູນທີ່ເຮົາເກັບ

  • ເຈົ້າຂອງຮ້ານ ແລະ ພະນັກງານ: ຊື່, ອີເມວ, ເບີໂທ / WhatsApp, ລະຫັດຜ່ານ (ເກັບແບບເຂົ້າລະຫັດ — ທີມງານອ່ານບໍ່ໄດ້), ຂໍ້ມູນຮ້ານ ສິນຄ້າ ແລະ ຮູບ, ບັນຊີຮັບເງິນ ແລະ QR, ສະລິບຄ່າແພັກເກັດ, ອຸປະກອນ ແລະ IP ທີ່ໃຊ້ເຂົ້າສູ່ລະບົບ.
  • ເມື່ອເຂົ້າສູ່ລະບົບດ້ວຍ Google: ເຮົາໄດ້ຮັບແຕ່ ຊື່, ອີເມວ (ທີ່ Google ຢືນຢັນແລ້ວ), ຮູບໂປຣໄຟລ໌ ແລະ ລະຫັດບັນຊີ Google ເທົ່ານັ້ນ. ເຮົາບໍ່ເຂົ້າເຖິງ Gmail, Google Drive, ລາຍຊື່ຜູ້ຕິດຕໍ່ ຫຼື ຂໍ້ມູນອື່ນໃນບັນຊີ Google ຂອງທ່ານ.
  • ລູກຄ້າທີ່ສັ່ງຊື້ຈາກຮ້ານ: ຊື່, ເບີໂທ, ແຂວງ ເມືອງ ແລະ ສາຂາຂົນສົ່ງ, ລາຍການທີ່ສັ່ງ, ຮູບສະລິບການໂອນ ແລະ ໝາຍເຫດເຖິງຮ້ານ.
  • ຂໍ້ມູນເຕັກນິກ: cookie ເພື່ອຈື່ການເຂົ້າສູ່ລະບົບ, ກະຕ່າສິນຄ້າທີ່ເກັບໄວ້ໃນ browser ຂອງທ່ານ, IP ແລະ ບັນທຶກການໃຊ້ງານເພື່ອປ້ອງກັນການໂຈມຕີ ແລະ ການສໍ້ໂກງ.

3. ເຮົາໃຊ້ຂໍ້ມູນເພື່ອຫຍັງ

  • ໃຫ້ບໍລິການ: ສ້າງ ແລະ ສະແດງໜ້າຮ້ານ, ຮັບອໍເດີ, ສ້າງ QR ຮັບເງິນ, ແຈ້ງເຕືອນຮ້ານ ແລະ ລູກຄ້າ.
  • ຢືນຢັນຕົວຕົນ: ເຂົ້າສູ່ລະບົບ, ຢືນຢັນເບີ WhatsApp ດ້ວຍລະຫັດ OTP.
  • ກວດການຈ່າຍຄ່າແພັກເກັດ ແລະ ຊ່ວຍເຫຼືອເມື່ອທ່ານຕິດຕໍ່ທີມງານ.
  • ຮັກສາຄວາມປອດໄພ: ກັນ bot, ກັນການເດົາລະຫັດຜ່ານ, ແຈ້ງເຕືອນເມື່ອບັນຊີຮັບເງິນຂອງຮ້ານຖືກປ່ຽນ.
  • ປັບປຸງລະບົບຈາກສະຖິຕິການໃຊ້ງານລວມ.
  • ເຮົາບໍ່ຂາຍ ແລະ ບໍ່ໃຫ້ເຊົ່າຂໍ້ມູນສ່ວນຕົວຂອງທ່ານໃຫ້ຜູ້ໃດ.

4. ເຮົາແບ່ງປັນຂໍ້ມູນກັບໃຜ

  • ຮ້ານທີ່ທ່ານສັ່ງຊື້: ໄດ້ຮັບຂໍ້ມູນອໍເດີຂອງທ່ານ ເພື່ອຢືນຢັນ ແລະ ສົ່ງເຄື່ອງ. ຮ້ານອາດສົ່ງຊື່ ເບີໂທ ແລະ ສາຂາປາຍທາງໃຫ້ບໍລິສັດຂົນສົ່ງ.
  • ຜູ້ໃຫ້ບໍລິການທີ່ລະບົບຕ້ອງໃຊ້: ຜູ້ໃຫ້ບໍລິການ server, Cloudflare (DNS, ຄວາມປອດໄພ ແລະ ບ່ອນເກັບຮູບ), Google (ເຂົ້າສູ່ລະບົບດ້ວຍ Google), WhatsApp (ລະຫັດ OTP ແລະ ຂໍ້ຄວາມແຈ້ງ). ຜູ້ໃຫ້ບໍລິການເຫຼົ່ານີ້ໄດ້ຮັບແຕ່ຂໍ້ມູນທີ່ຈຳເປັນຕໍ່ໜ້າທີ່ຂອງຕົນ.
  • ຮ້ານອາດຕິດຕັ້ງ Facebook Pixel ຫຼື TikTok Pixel ໃນໜ້າຮ້ານຂອງຕົນ ເພື່ອວັດຜົນໂຄສະນາ — ຢູ່ໃຕ້ນະໂຍບາຍຂອງບໍລິສັດເຫຼົ່ານັ້ນ.
  • ໜ່ວຍງານລັດ: ສະເພາະເມື່ອກົດໝາຍ ສປປ ລາວ ກຳນົດ.

5. ເຮົາເກັບຂໍ້ມູນໄວ້ດົນປານໃດ

  • ຕະຫຼອດໄລຍະທີ່ບັນຊີ ຫຼື ຮ້ານຍັງໃຊ້ງານ.
  • ຮ້ານທີ່ສ້າງແລ້ວບໍ່ເປີດໃຊ້ ຫຼື ໝົດອາຍຸດົນ ຈະຖືກປິດ ແລະ ລຶບຕາມເງື່ອນໄຂທີ່ແຈ້ງໃນຫຼັງບ້ານ.
  • ສຳເນົາສຳຮອງ (backup) ຖືກລຶບອັດຕະໂນມັດຕາມຮອບ.

6. ສິດຂອງທ່ານ

  • ຂໍເບິ່ງ, ແກ້ໄຂ ຫຼື ຂໍລຶບຂໍ້ມູນສ່ວນຕົວຂອງທ່ານ ໂດຍຕິດຕໍ່ທີມງານຕາມຊ່ອງທາງລຸ່ມນີ້.
  • ລູກຄ້າທີ່ສັ່ງຊື້ຈາກຮ້ານ: ຕິດຕໍ່ຮ້ານນັ້ນໂດຍກົງກ່ອນ — ຖ້າບໍ່ໄດ້ຮັບການແກ້ໄຂ ຕິດຕໍ່ HarnOnline ໄດ້.
  • ຍົກເລີກການເຊື່ອມຕໍ່ Google ໄດ້ທຸກເວລາທີ່ myaccount.google.com → ຄວາມປອດໄພ → ແອັບທີ່ເຊື່ອມຕໍ່.

7. ຄວາມປອດໄພ

ເຮົາໃຊ້ HTTPS ທຸກໜ້າ, ເກັບລະຫັດຜ່ານແບບເຂົ້າລະຫັດ, ຈຳກັດສິດພະນັກງານຕາມໜ້າທີ່ ແລະ ບັນທຶກການກະທຳສຳຄັນ. ເຖິງຢ່າງນັ້ນ ບໍ່ມີລະບົບໃດປອດໄພ 100% — ກະລຸນາຮັກສາລະຫັດຜ່ານຂອງທ່ານໃຫ້ດີ ແລະ ແຈ້ງເຮົາທັນທີເມື່ອສົງໄສວ່າບັນຊີຖືກໃຊ້ໂດຍຄົນອື່ນ.

8. ອາຍຸຜູ້ໃຊ້

ການເປີດຮ້ານໃນ HarnOnline ສຳລັບຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ຫຼື ມີຜູ້ປົກຄອງເຫັນດີ.

9. ການປ່ຽນແປງນະໂຍບາຍ

ເມື່ອມີການປ່ຽນແປງສຳຄັນ ເຮົາຈະແຈ້ງໃນຫຼັງບ້ານຮ້ານ ແລະ ປັບວັນທີ “ປັບປຸງລ່າສຸດ” ຂ້າງເທິງ.

ຕິດຕໍ່